
ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການ ພຊບ ແຂວງ ສະຫວັນນະເຂດ
ໃນລະຫວ່າງ ວັນທີ 5-8 ມີນາ 2023 ຜ່ານມານີ້ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ຄະນະ ລົງຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການ ພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ເມືອງ ສອງຄອນ ແລະ ເມືອງ ຈໍາພອນ ແຂວງ ສະຫວັນນະເຂດ ໂດຍການຕ້ອນຮັບຂອງທ່ານ ປອ. ວິນວິໄລ ໄຊຍະພອນ, ຮອງຫົວໜ້າກົມຊົນລະປະທານ ແລະ ຄະນະພະແນກກະສິກໍາ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ
ໂຄງການນີ້ແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານຂາອອກ-ຂາເຂົ້າ ປະເທດເກົາຫຼີ ມູນຄ່າ 46 ລ້ານໂດລາ ໂດຍເຈົ້າຂອງໂຄງການແມ່ນກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີ ບໍລິສັດ ຮ່ວມດາຊານ-ໂຍຊິນ ຈາກປະເທດເກົາຫຼີ ເປັນທີ່ປຶກສາ ໂຄງການ ມີມູນຄ່າສັນຍາກໍ່ສ້າງ 25 ລ້ານກວ່າໂດລາ ຊຶ່ງມີໄລຍະເວລາຂອງການກໍ່ສ້າງໂຄງການແຕ່ປີ 2020 ຫາ 2023 ຂະນະທີ່ມີການສຶກສາຄວາມເປັນໄປໄດ້ຂອງໂຄງການແຕ່ສົກປີ 2011 - 2012.
ກິດຈະການກໍ່ສ້າງຫຼັກຂອງໂຄງການແມ່ນຟື້ນຟູປັບປຸງອ່າງເກັບນໍ້າສຸຍ 6 ປະຕູ, ຟື້ນຟູລະບົບຫົວ ງານຈັກສູບນໍ້າ 2 ແຫ່ງ, ກໍ່ສ້າງລະບົບສົ່ງນໍ້າ ພ້ອມດ້ວຍອາຄານຕາມຄອງເໝືອງ ຍາວ 22,3 ກິໂລ ແມັດ, ມີການກໍ່ສ້າງເສັ້ນທາງຂົນສົ່ງສິນຄ້າກະສິກໍາ ຍາວ 55,4 ກິໂລແມັດ, ບຸກເບີກເປັນພື້ນທີ່ນາໄຮ່ ໃຫຍ່ ເນື້ອທີ່ 53 ເຮັກຕາ, ຈະມີການປັບປຸງເສັ້ນທາງຊົນນະບົດຍາວ 34 ກິໂລແມັດ, ກໍ່ສ້າງສູນພັດທະ ນາເຕັກນິກກະສິກໍາຊຸມຊົນ 2 ແຫ່ງ, ພ້ອມນີ້ ກໍຈະກໍ່ສ້າງໂຮງສີເຂົ້າທັນສະໄໝ 1 ແຫ່ງ ສາມາດສີເຂົ້າໄດ້ 3 ໂຕນເຄິ່ງຕໍ່ຊົ່ວໂມງ, ກໍາລັງການຜະລິດ 3 ໂຕນຕໍ່ຊົ່ວໂມງ, ສ້າງສາງອົບແຫ້ງເມັດເຂົ້າ. ທັງນີ້ກໍເພື່ອສະ ໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງ ແລະ ລະດູຝົນ ໃຫ້ກຸ່ມຊາວນາ ແຕ່ລະເຂດໃນແຂວງສະຫວັນ ນະເຂດ ໂດຍສະເພາະເມືອງຈໍາພອນ ແລະ ເມືອງສອງຄອນ

