
ກອງປະຊຸມຕິດຕາມ ແລະ ຊຸກຍູ້ວຽກງານໂຄງການ
ໃນວັນທີ 17 ພຶດສະພາ 2021 ນີ້ກົມຊົນລະປະທານກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມລິເລີ່ມການລົງຕິດຕາມ ແລະ ຊຸກຍູ້ວຽກງານໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍໂດຍການເປັນປະທານຮ່ວມຂອງ ທ່ານ ນ. ບຸນທຽນ ວົງໄກສອນ ຮອງຫົວໜ້າກົມຊົນລະປະທານ ແລະ ທ່ານ ເຄົາຊິກບາຣົວ ຜູ້ບໍລິຫານກອງທືນສາກົນເພື່ອການພັດທະນາກະສິກໍາ IFAD ປະຈໍາ ສປປ ລາວ ເຊິ່ງກອງຊຸມຄັ້ງນີ້ຈັດຂື້ນໃນຮູບແບບກອງປະຊຸມທາງໄກວິດີໂອຄອນເຟີເລັນ, ມີທ່ານ ຈູລຽນ ອາແບຣມ ຫົວໜ້າທີມງານຊ່ຽວຊານ, ຜູ້ຕາງຫນ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ລົງທຶນ, ທະນາຄານພັດທະນາອາຊີ, ຈີໄອແຊດ, ພ້ອມດ້ວຍຜູ້ຕ່າງໜ້າຈາກກົມກອງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມຄັ້ງນີ້. ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ແມ່ນໄດ້ຮັບທຶນຈາກລັດຖະບານລາວ ແລະ ກອງທຶນສາກົນເພື່ອການພັດທະນາກະສິກໍາ IFAD ແລະ ເປັນສ່ວນໜຶ່ງທີ່ນອນຢູ່ໃນພື້ນທີ່ເປົ້າໝາຍຂອງການສະໜັບສະໜູນຈາກທະນາຄານພັດທະນາອາຊີ, ມີມູນຄ່າທັງໝົດ 30 ລ້ານໂດລາສະຫະລັດ, ຈັດຕັ້ງປະຕິບັດເລີ່ມແຕ່ທ້າຍປີ 2019 ຫາປີ 2025 ຈຸດປະສົງຂອງການພັດທະນາ ແມ່ນເພື່ອສະໜັບສະໜູນຜົນໄດ້ຮັບຂອງໂຄງການໃນຂົງເຂດວຽກງານດ້ານການເຊື່ອມໂຍງກັບຕະຫຼາດ, ການຜະລິດເປັນສິນຄ້າຂະໜາດນ້ອຍ ແລະ ໂພຊະນາການ, ໄດ້ຮັບການຂັບເຄື່ອນຢ່າງແຂງແຮງໃນການລວມຕົວເຂົ້າກັນຂອງວຽກງານດັ່ງກ່າວ, ໂຄງການດັ່ງກ່າວນີ້ຈະໄດ້ຈັດຕັ້ງປະຕິບັດໃນ 353 ບ້ານຂອງ 19 ເມືອງໃນ 4 ແຂວງ. ການຈັດຕັ້ງປະຕິບັດໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະຫນາດນ້ອຍນີ້ໄດ້ກ້າວເຂົ້າສູ່ປີທີສອງ ແຕ່ຍັງມີຫຼາຍປັດໃຈບວກກັບສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ໂຄງການມີຄວາມຫຼ້າຊ້າ, ແຕ່ແນວໃດກໍ່ຕາມໂຄງການກໍ່ສາມາດປະຕິບັດໄລຍະເລີ່ມຕົ້ນ ແລະ ການກະກຽມຄວາມພ້ອມ ຫລື ເວົ້າໄດ້ວ່າຍັງເປັນໄລຍະທໍາອິດ ໃນການຈັດຕັ້ງປະຕິບັດກິດຈະກຳໂຄງການ ໄດ້ສະແດງໃຫ້ເຫັນວ່າການຈັດຕັ້ງປະຕິບັດມີຄວາມຄືບຫນ້າດີຂື້ນ ແລະ ມີຜົນສໍາເລັດ. ໃນກອງປະຊຸມຄັ້ງນີ້ ທ່ານ ນ. ບຸນທຽນ ວົງໄກສອນ ໄດ້ກ່າວວ່າເພື່ອເຮັດໃຫ້ການຕິດຕາມຊຸກຍູ້ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍນີ້ ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ໄດ້ສະເໜີໃນທີ່ປະຊຸມໂດຍສະເພາະພາກສ່ວນ ແລະ ແຕ່ລະຂັ້ນຮ່ວມປະສານສົມທົບ ແລະ ຮ່ວມມືສະໜອງຂໍ້ມູນໃຫ້ແກ່ຄະນະທີ່ລົງເຮັດວຽກໃນຄັ້ງນີ້, ໃຫ້ໂຄງການລາຍງານໂດຍຫຍໍ້ກ່ຽວກັບການຈັດປະຕິບັດໂຄງການແຕ່ຕົ້ນຮອດປະຈຸບັນ ເພື່ອໃຫ້ເຫັນຈຸດດີ ແລະ ຈຸດອ່ອນ ພ້ອມທັງມີຂໍ້ສະເໜີໃຫ້ຄະນະຕິດຕາມຊຸກຍູ້ດັ່ງກ່າວຊ່ວຍຫາວິທີທາງແກ້ໄຂໃຫ້ໂຄງການມີຄວາມວ່ອງໄວຂື້ນ ແລະ ທ່ານຍັງກ່າວຕື່ມອີກວ່າ ການລົງເຮັດວຽກຂອງຄະນະຕິດຕາມຊຸກຍູ້ຄັ້ງນີ້ແມ່ນມີຜົນດີແກ່ໂຄງການເຊິ່ງພາຍຫຼັງການປະຊູມຮ່ວມກັນສໍາເລັດໃນແຕ່ລະຂັ້ນພວກເຮົາຈະຮູ້ໄດ້ເຖິງຈຸດດີ, ຈຸດອ່ອນ, ຂໍ້ສະດວກຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຂອງການຈັດຕັ້ງປະຕິບັດວຽກງານໂຄງການໃນໄລຍະກະກຽມຜ່ານມາ.

