
ຄຳສັ່ງກ່ຽວກັບ ການສ້າງຂະບວນການ ອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ
ຂະບວນການເປີດນໍ້າຊົນລະປະທານ, ການຜະລິດນາແຊງ ແລະ ປູກພືດລະດູແລ້ງສົກປີ 2021-2022 ເພື່ອບັນລຸເປົ້າໝາຍການສະໜອງນໍ້າ ຮັບໃຊ້ການຜະລິດລະດູແລ້ງສົກປີ 2021-2022 ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ວາງຄາດໝາຍສະໜອງນໍ້າໃຫ້ແກ່ການປູກເຂົ້ານາແຊງໃຫ້ໄດ້ 102.000 ເຮັກຕາ, ແນ່ໃສ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກ, ເນື່ອງໃນໂອກາດຕ້ອນຮັບວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ 2021, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄໍາສັ່ງ ກ່ຽວກັບການສ້າງຂະບວນການອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ ດັ່ງລຸ່ມນີ້: ຄຳສັ່ງກ່ຽວກັບ ການສ້າງຂະບວນການ ອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ວັນທີ 03 ພະຈິກ 2021 ເຖິງ: - ທ່ານ ຫົວໜ້າຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້, - ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ. - ອົງຕາມ ກົດໝາຍ ວ່າດ້ວຍຊົນລະປະທານ ເລກທີ 26/ສພຊ, ລົງວັນທີ 14 ທັນວາ 2012; - ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017 - ອີງຕາມ ໜັງສືສະເໜີ ຂອງກົມຊົນລະປະທານ ເລກທີ 3080/ຊປທ, ລົງວັນທີ 28 ຕຸລາ 2021. ໃນລະດູການຜະລິດທີ່ຜ່ານມາ, ພວກເຮົາໄດ້ປະເຊີນໜ້າກັບໄພທຳມະຊາດ, ມີພະຍຸພັດຜ່ານ, ຝົນຕົກໜັກຕິດ ຕໍ່ກັນ ເກີດໃຫ້ມີໄພນໍ້າຖ້ວມ ເຮັດໃຫ້ເນື້ອທີ່ທໍາການຜະລິດ ແລະ ໂຄງລ່າງພື້ນຖານດ້ານຊົນລະປະທານ ໄດ້ຮັບຜົນ ກະທົບ ເປັນຕົ້ນ ແມ່ນລະບົບຫົວງານ ແລະ ລະບົບຄອງເໝືອງຈຳນວນໜຶ່ງໄດ້ຖືກເປ່ເພເສຍຫາຍ, ຕໍ່ກັບຜົນກະ ທົບດັ່ງກ່າວນີ້, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ກໍໄດ້ພ້ອມກັນສຸມໃສ່ການຈັດຕັ້ງຂະບວນການອະນາໄມລະບົບ ຄອງເໝືອງ, ກວດກາຫົວງານ ແລະ ອາຄານຕ່າງໆຕາມຄອງເໝືອງຊົນລະປະທານ ເພື່ອຮັບປະກັນການສະໜອງນ ໃຫ້ແກ່ການຜະລິດກະສິກຳໃນລະດູແລ້ງ, ຕ້ານແລ້ງໃນລະດູຝົນ ແລະ ປ້ອງກັນນໍ້າຖ້ວມເນື້ອທີ່ກະສິກຳໃນລະດູຝົນ ຈຶ່ງໄດ້ປະກອບສ່ວນເຂົ້າໃນການຜະລິດເຂົ້າ ເພື່ອຄໍ້າປະກັນດ້ານສະບຽງອາຫານ, ເປັນສິນຄ້າ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນລາວບັນດາເຜົ່າໄດ້ເປັນຢ່າງດີ. ເພື່ອບັນລຸຄາດໝາຍການສະໜອງນ້ຳຮັບໃຊ້ການຜະລິດເສດູແລ້ງ ສົກປີ 2021-2022 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ວາງຄາດໝາຍສະໜອງນ້ຳໃຫ້ແກ່ການປູກເຂົ້ານາແຊງໃຫ້ໄດ້ 102.000 ເຮັກຕາ, ແນໃສ່ຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ 1. ໃຫ້ ກົມຊົນລະປານ, ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການ ສົມທົບພາກສ່ວນກ່ຽວຂ້ອງ ໃນ ຂັ້ນຂອງຕົນ ສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍ ຂອງກົດໝາຍວ່າດ້ວຍຊົນລະປະທານ ດ້ວຍຫຼາຍຮູບແບບ, ຫຼາຍ ລະດັບ ແລະ ວິທີການແຕກຕ່າງກັນຕາມຈຸດພິເສດ ແຕ່ລະເປົ້າໝາຍໂດຍຜ່ານສື່ຕ່າງໆ ເປັນຕົ້ນ ໜັງສືພິມ, ໂທລະພາບ, ວິທະຍຸ, ຈັດກິດຈະກໍາມ-ຕອບ ແລະ ກົດໝາຍ ສິ່ງພິມ ແລະ ວາລະສານວິຊາການຕ່າງໆ ໃຫ້ແກ່ນັກງານ, ທະຫານ, ຕໍາຫຼວດ ເອກ ຕອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າາມສຳຄັນຂອງວຽກງານ ເຈົ້າລອງ ວຽກງານການຜະລິດກະສິກຳ ແລະ ເນື້ອໃຫ້ເຂົ້າໃຈຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມ ຈັດຕັ້ງກໍ່ຍັດຍັງເປັນເຈົ້າການຕາມທິດນຳທີ່ວ່າ “ ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ“ 2. ໃຫ້ ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ຂໍຊີ້ນໍາຈາກການນໍາແຂວງ ໂດຍມີການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ປຸກລະດົມຂົນຂວາຍແຮງງານຊາວໜຸ່ມ, ນັກຮຽນນັກສຶກສາທຸກພາກສ່ວນທີ່ມີສ່ວນຮ່ວມ ແລະ ບັນຫາຂຶ້ນ ເພື່ອພ້ອມກັນຈັດຕັ້ງການຟື້ນຟູສ້ອມແປງຊົນລະປະການ, ຕິດພັນກັບຂະບວນການອອກແຮງງານ (ວັນເສົາແດງ) ດ້ວຍການອະນາໄມຫົວງານ, ລະບົບຄອງເໝືອງ, ປະຕູນ້ຳ ແລະ ອາຄານຕ່າງໆຂອງຄອງເໝືອງຊົນລະປະທານ ໃຫ້ເປັນຂະບວນຟົດຟື້ນ ເພື່ອໃຫ້ນໍ້າໄຫຼສະດວກ ຫຼຸດຜ່ອນ ການຊົ່ວຊຶມຂອງນໍ້າ, ຮັບປະກັນການສະໜອງນໍ້າໃຫ້ໃຫ້ແກ່ການຜະລິດກະສິກຳ ໃຫ້ທັນລະດູການ ຢ່າງພຽງພໍ ແລະ ຕໍ່ເນື່ອງ 3. ໃຫ້ ກົມຊົນລະປະທານ ປະສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ສືບຕໍ່ຮີບຮ້ອນຊຸກຍູ້ ແລະ ເລັ່ງທວງຜູ້ຮັບເໝົາກໍ່ສ້າງສ້ອມແປງຊົນລະປະທານ ທີ່ໄດ້ເຊັນສັນຍາກັນໄປແລ້ວ ໃຫ້ປະຕິບັດໜ້າວຽກໃຫ້ສໍາເລັດ ຕາມກຳນົດເວລາ ພ້ອມທັງນຳໃຊ້ ມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຊົນລະປະ ທ່ານ ແລະ ສັນຍາຢ່າງເຂັ້ມງວດ, 4. ໃຫ້ ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ສະເໜີຕໍ່ເຈົ້າແຂວງຊີ້ນຳພາກສ່ວນກ່ຽວຂ້ອງ ເປີດໄຟຟ້າຊົນລະປະ ການໃຫ້ທັນການ ຖືເອົາວັນຊົນລະປະທານ ວັນທີ 03 ພະຈິກ 2021 ເປັນມື້ເລີ້ມຕົ້ນເຮັດການຜະລິດລະດູນາແຊງ ຢ່າງເປັນທາງການ. 5. ສຳລັບ ການຈັດພິທີເນື່ອງໃນໂອກາດວັນຊົນລະປະທານ ແຫ່ງຊາດນັບຕັ້ງແຕ່ ວັນທີ 03-15 ພະຈິກ 2021 ນີ້ ແມ່ນຢູ່ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ COVID-19 ທີ່ຍັງແຜ່ລະບາດໃນຂອບເຂດທົ່ວປະເທດ ການ ຈັດພິທິ ແມ່ນໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງຮັບປະກັນໃນການປ້ອງກັນການແຜ່ລະບາດ ຂອງພະຍາດ COVID-19 ຮັບປະກັນເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສຳຄັນ ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ ໃຫ້ຖືເອົາວັນດັ່ງກ່າວນີ້ ເຜີຍແຜ່ຜົນສຳເລັດຂອງຂະແໜງການໃນຊຸມປີຜ່ານມາ ພ້ອມ ທັງສະຫຼຸບ ແລະ ຖອດຖອນບົດຮຽນໄປພ້ອມ ແລະ ຮຽກຮ້ອງໃຫ້ຊາວກະສິກອນປະຕິບັດຕາມທິດນໍາທີ່ວ່າ: “ລັດ ແລະ ປະຊາຊົນພ້ອມກັນເຮັດ 6. ໃຫ້ ກົມຊົນລະປະທານ ອອກຄຳແນະນຳດ້ານວິຊາການ ເພື່ອຜັນຂະຫຍາຍຄຳສັ່ງສະບັບນີ້ ເປັນອັນລະອຽດ ໃຫ້ ແກ່ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານການນໍາກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຊາບເປັນປົກກະຕິ