Logo
“ ປັບປຸງ ຍົກລະດັບຊົນລະປະທານ ແລະ ການຄຸ້ມຄອງ ນຳໃຊ້ນ້ຳ ໃຫ້ມີຄວາມຍືນຍົງ”

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສ.ປ.ປ ລາວ ລົງຢ້ຽມຢາມ ໂຄງການ ພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງ ສະຫວັນນະເຂດ

ໃນວັນທີ 23 ມີນາ2023 ທີ່ຜ່ານມາ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສ.ປ.ປ ລາວ ພ້ອມດ້ວຍຄະນະ ໃຫ້ກຽດລົງຢ້ຽມຢາມ ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ (ໂຄງການ ພຊບ) ໂດຍການຕ້ອນຮັບຂອງ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງ ແຂວງ ສະຫວັນນະເຂດ ແລະ ໃຫ້ກຽດຕິດຕາມໂດຍ ທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້.

ໃນໂອກາດນີ້ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສ.ປ.ປ ລາວ ພ້ອມດ້ວຍຄະນະ ໃຫ້ກຽດລົງຢ້ຽມຢາມສູນບໍລິການເຕັກນີກ ແລະ ໄດ້ຮັບຟັງການລາຍງານຄວາມເປັນມາ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການ ພຊບ ຈາກ ທ່ານ ສັດທາເທບ ທຳມະຈັກ, ຫົວໜ້າສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ, ກົມຊົນລະປະທານ, ຜູ້ປະສານງານຂັ້ນສູນກາງ ແລະ ໄດ້ໃຫ້ຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ຕໍ່ໂຄງການ ພຊບ ຄື: "ສາມາດເປັນໂຄງການໂຕແບບການຜະລິດທີ່ດີ ໂດຍການການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລະ ລະບົບຊົນລະປະທານ-ບໍລິຫານຈັດການນໍ້າ ທີ່ດີ ເພື່ອໃຫ້ສາມາດສະໜອງນໍ້າໃຫ້ແກ່ການຜະລິດໄດ້ຫຼາຍລະດູ ແລະ ເຮັດໃຫ້ເກີດດອກອອກຜົນ ເພື່ອຊ່ວຍໃຫ້ປະຊາຊົນຂົງເຂດໂຄງການນີ້ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຜະລິດກະສິກໍາ ເປັນສິນຄ້າສົ່ງອອກເທື່ອລະກ້າວ". ພາຍຫຼັງການກໍ່ສ້າງໂຄງການສໍາເລັດແລ້ວ ພະນະທ່ານ ປະທານ ປະເທດ ຈະເດີນທາງມາຢ້ຽມຢາມອີກຄັ້ງ.

ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ລົງຢ້ຽມຢາມ ເນື້ອທີ່ການຜະລິດ, ນາໄຮ່ໃຫຍ່ ແລະ ບັນດາ ກິດຈະກໍາໂຄງການ ພຊບ.