Logo
“ ປັບປຸງ ຍົກລະດັບຊົນລະປະທານ ແລະ ການຄຸ້ມຄອງ ນຳໃຊ້ນ້ຳ ໃຫ້ມີຄວາມຍືນຍົງ”

ຮອງລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ໃນວັນທີ 19 ມັງກອນ 2021 ນີ້ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການກກະກຽມຈັດຕັ້ງປະຕິບັດໂຄງການ ຊົນລະປະທານ ນໍ້າແສງ ເມືອງນານ ຊຶ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນ ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະຄຸ້ມຄອງອ່າງໂຕ່ງແບບຍືນຍົງ ແລະ ໂຄງການຊົນລະກະເສດ ແລະການຜະລິດເປັນສິນຄ້າຂະໜາດໜ້ອຍ ມີພື້ນທີ່ເປົ້າໝາຍຢູ່ 4 ແຂວງພາກເໜືອຄື: ແຂວງ ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ແຂວງຫົວພັນ. ໂອກາດດັ່ງກ່າວ ທີມງານຈັດຕັ້ງປະຕິບັດ ແລະປະສານງານໂຄງການຂັ້ນແຂວງໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບການສໍາຫຼວດພື້ນທີ່ເປົ້າໝາຍຂອງໂຄງການ ແລະຂອບເຂດພື້ນທີ່ທີ່ຈະໄດ້ຮັບຜົນປະໂຫຍດຈາກການກໍ່ສ້າງໂຄງການ ຊົນລະປະທານ ນໍ້າແສງ ເມືອງນານ ຊຶ່ງຄາດການວ່າຈະສາມາດສະໜອງນໍ້າເຂົ້າໃນການຜະລິດໃຫ້ໄດ້ 260 ເຮັກຕາ ໃນນີ້ ສາມາດເຮັດນາໄດ້ທັງນາປີ ແລະນາແສງ ພ້ອມນີ້, ຍັງສາມາດສະໜອງນໍ້າໃຫ້ແກ່ປະຊາຊົນພາຍໃນເມືອງ ເຂົ້າໃນການປູກຜັກບົວ ແລະຜັກທຽມ ຊຶ່ງເປັນຜະລິດຕະພັນທີ່ເປັນທ່າແຮງຂອງເມືອງນໍາອີກ. ສໍາລັບໂຄງການດັ່ງກ່າວແມ່ນຢູ່ໃນຊ່ວງຂອງການສໍາຫຼວດອອກແບບ ແລະລໍຖ້າຈັດຕັ້ງປະຕິບັດ. ໃນເວລາຕໍ່ມາ, ທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະໄດ້ສືບຕໍ່ຢ້ຽມຢາມໜ່ວຍງານເພີ່ມມູນຄ່າໄມ້ຄຸ້ມຄອງສວນປູກໄມ້ສັກ ບ້ານກົກງິ້ວ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ໂອກາດນີ້, ທ່ານ ນິພົນ ໄພບູນ ຫົວໜ້າໜ່ວຍງານເພີ່ມມູນຄ່າໄມ້ຄຸ້ມຄອງສວນປູກໄມ້ສັກ ໄດ້ລາຍງານໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາ ແລະຈຸດປະສົງຂອງການສ້າງຕັ້ງໜ່ວຍງານດັ່ງກ່າວ ຊຶ່ງຕັ້ງຂຶ້ນມາ ເພື່ອເກັບຊື້ໄມ້ຈາກສະມາຊິກກຸ່ມ ເພື່ອນໍາມາແປຮູບ ແລະຜະລິດເປັນເຄື່ອງເຟີນີເຈີສົ່ງຂາຍຕາມໝູ່ບ້ານ, ພາຍໃນແຂວງ ແລະແຂວງອ້ອມຂ້າງເຊັ່ນ: ວົງກົບ, ບານປະຕູ, ໂຕະ, ຕັ່ງ, ຕຽງ ແລະຜະລິດຕະພັນອື່ນໆຕາມລູກຄ້າສັ່ງ. ໂອກາດດັ່ງກ່າວ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານດັ່ງກ່າວ ແລະໃຫ້ສືບຕໍ່ຂະຫຍາຍສ້າງຜະລິດຕະພັນໄມ້ໃນຫຼາຍຮູບຫຼາຍແບບ ເພື່ອສະໜອງອອກສູ່ສັງຄົມໃຫ້ຫຼາຍກວ່າເກົ່າ.